ຫຼັກສູດການນຳໃຊ້ຄອມພິວເຕີ Microsoft Office 2013
"ຮຽນເຂົ້າໃຈ ນຳໃຊ້ເປັນ ເນັ້ນຄຸນນະພາບ"
ວິຊາທີ່ຈະໄດ້ຮຽນມີດັ່ງນີ້:
- ພື້ນຖານການນຳໃຊ້ຄອມພິວເຕີ
- ການນຳໃຊ້ Windows 10
- ການນຳໃຊ້ Microsoft Word 2013
- ການນຳໃຊ້ Microsoft Excel 2013
- ການນຳໃຊ້ Microsoft Powerpiont 2013
- ການນຳໃຊ້ Email ແລະ Internet
ຫຼັກສູດນີ້ນັກສຶກສາຈະໄດ້ຮຽນຕັ້ງແຕ່ລະດັບພື້ນຖານໄປຈົນເຖິງລະດັບກາງຮູ້ຈັກກັບອຸປະກອນຄອມພິວເຕີ, ການເລືອກຊື່້ອຸປະກອນຕ່າງໆ, ການນຳໃຊ້ເຄື່ອງມືຕ່າງໆຂອງແຕ່ລະໂປຣແກຣມ ນອກຈາກນີ້ທ່ານຈະໄດ້ຮຽນຮູ້ເຖິງວິທີການສ້າງເອກະສານໃນຮູບແບບຕ່າງໆເຊັ່ນ: ການພິມໃບສະເໜີ, ໃບຄໍາຮ້ອງ, ໃບຢັ້ງຢືນທີ່ຢູ່, , ການແຕ້ມແຜນທີ່, ການຄິດໄລ່ລະບົບເງິນເດືອນ, ການຄິດໄລ່ຊອກຫາກຳໄລ, ການຄິດໄລ່ຕັດເກຣດນັກສຶກສາ, ການຄິດໄລ່ລະບົບເງິນຜ່ອນ, ການສ້າງເອກະສານນຳສະເໜີໃນກອງປະຊຸມ ຫຼື ການນຳສະເໜີພາຍໃນຫ້ອງການໃນຮູບແບບຕ່າງໆ, ການສະໝັກ, ນຳໃຊ້ Email ແລະ ການຄົ້ນຫາຂໍ້ມູນໃນອິນເຕີເນັດ, ການບັນທຶກຂໍ້ມູນລົງມາຈາກອິນເຕີເນັດໄວ້ໃນຄອມພິວເຕີຂອງທ່ານ ນອກຈາກນີ້ຍັງມີອີກຫຼາຍຢ່າງທີ່ໄດ້ສຶກສາຈາກສູນພາສາ ແລະ ຄອມພິວເຕີຂອງພວກເຮົາ ພວກເຮົາເອົາໃຈໃສ່ໃນການຮຽນການສອນ ເພື່ອໃຫ້ນັກສຶກສາສາມາດເຂົ້າໃຈອະທິບາຍທິດສະດີ ແລະ ພາກປະຕິບັດຄຽງຄູ່ກັນ ສາມາດເອົາໄປນຳໃຊ້ໄດ້
ພົວພັນຕິດຕໍ່ບ່ອນຮຽນໄດ້ທີ່:
ຫ້ອງການຝຶກອົບຮົມພາສາ ແລະ ຄອມພິວເຕີ
ໂທລະສັບ: 021 451 777, 451 888, 9714 4522
Email : Thaksin@bcmt.edu.la
Facebook : www.facebook.com/bbactrainingcenter
Line : sinbc.line
Skype : sinbc_skype
ທົດສອບ
ตอบลบ