Header Ads

ຫຼັກສູດການນຳໃຊ້ຄອມພິວເຕີ Microsoft Office 2013



"ຮຽນເຂົ້າໃຈ ນຳໃຊ້ເປັນ ເນັ້ນຄຸນນະພາບ"
ວິຊາທີ່ຈະໄດ້ຮຽນມີດັ່ງນີ້:
  1. ພື້ນຖານການນຳໃຊ້ຄອມພິວເຕີ
  2. ການນຳໃຊ້ Windows 10
  3. ການນຳໃຊ້ Microsoft Word 2013
  4. ການນຳໃຊ້ Microsoft Excel 2013
  5. ການນຳໃຊ້ Microsoft Powerpiont 2013
  6. ການນຳໃຊ້ Email ແລະ Internet

    ຫຼັກສູດນີ້ນັກສຶກສາຈະໄດ້ຮຽນຕັ້ງແຕ່ລະດັບພື້ນຖານໄປຈົນເຖິງລະດັບກາງຮູ້ຈັກກັບອຸປະກອນຄອມພິວເຕີ, ການເລືອກຊື່້ອຸປະກອນຕ່າງໆ, ການນຳໃຊ້ເຄື່ອງມືຕ່າງໆຂອງແຕ່ລະໂປຣແກຣມ ນອກຈາກນີ້ທ່ານຈະໄດ້ຮຽນຮູ້ເຖິງວິທີການສ້າງເອກະສານໃນຮູບແບບຕ່າງໆເຊັ່ນ: ການພິມໃບສະເໜີ,  ໃບຄໍາຮ້ອງ, ໃບຢັ້ງຢືນທີ່ຢູ່, , ການແຕ້ມແຜນທີ່, ການຄິດໄລ່ລະບົບເງິນເດືອນ, ການຄິດໄລ່ຊອກຫາກຳໄລ, ການຄິດໄລ່ຕັດເກຣດນັກສຶກສາ, ການຄິດໄລ່ລະບົບເງິນຜ່ອນ, ການສ້າງເອກະສານນຳສະເໜີໃນກອງປະຊຸມ ຫຼື ການນຳສະເໜີພາຍໃນຫ້ອງການໃນຮູບແບບຕ່າງໆ, ການສະໝັກ, ນຳໃຊ້ Email  ແລະ ການຄົ້ນຫາຂໍ້ມູນໃນອິນເຕີເນັດ, ການບັນທຶກຂໍ້ມູນລົງມາຈາກອິນເຕີເນັດໄວ້ໃນຄອມພິວເຕີຂອງທ່ານ  ນອກຈາກນີ້ຍັງມີອີກຫຼາຍຢ່າງທີ່ໄດ້ສຶກສາຈາກສູນພາສາ ແລະ ຄອມພິວເຕີຂອງພວກເຮົາ ພວກເຮົາເອົາໃຈໃສ່ໃນການຮຽນການສອນ ເພື່ອໃຫ້ນັກສຶກສາສາມາດເຂົ້າໃຈອະທິບາຍທິດສະດີ ແລະ ພາກປະຕິບັດຄຽງຄູ່ກັນ ສາມາດເອົາໄປນຳໃຊ້ໄດ້
ພົວພັນຕິດຕໍ່ບ່ອນຮຽນໄດ້ທີ່:
   ຫ້ອງການຝຶກອົບຮົມພາສາ ແລະ ຄອມພິວເຕີ
ໂທລະສັບ:  021 451 777, 451 888, 9714 4522
Email :   Thaksin@bcmt.edu.la
Facebook : www.facebook.com/bbactrainingcenter
Line :  sinbc.line  

Skype : sinbc_skype

1 ความคิดเห็น:

ขับเคลื่อนโดย Blogger.