Header Ads

ໂທລະສັບຕົກນ້ຳຄວນເຮັດແນວໃດດີ


ທ່ານເຄີຍເຮັດໂທລະສັບຕົກນ້ຳຫຼືບໍ່ຫຼາຍທ່ານອາດຈະຕອບວ່າເຄີຍ ທ່ານຮູ້ບໍວ່າໂທລະສັບຕົກນ້ຳວິທີໃດຄວນປະຄິບັດ ແລະ ວິທີໃດທີ່ບໍ່ຄວນເຮັດພວກເຮົາຈະມາແນະນໍາດັ່ງລຸ່ມນີ້
ຂໍ້ຫ້າມສຳລັບໂທລະສັບຕົກນ້ຳ
  • ຫ້າມເປີດໂທລະສັບທັນທີຫຼັງປຽກນ້ຳເພາະຈະເຮັດໃຫ້ອຸປະກອນພາຍໃນໂທລະສັບຊ໋ອດໄດ້.
  • ຖ້າໂທລະສັບມີປຸ່ມຕ່າງໆກໍ່ຫ້າມກົດ.
  • ຫ້າມສັ່ນໂທລະສັບເພາະອາດຈະເປັນການແພກະຈາຍຂອງນ້ຳຫຼາຍຂຶ້ນ.
  • ຫ້າມແກ້ຫຼືມ້າງຊີ້ນສ່ວນຂອງໂທລະສັບ
  • ຫ້າມເອົາລົມເປົ່າເພາະຈະເຮັດໃຫ້ນ້ຳໄຫລໄປສ່ວນຕ່າງໆຫຼາຍຂຶ້ນ.
  • ຫ້າມໃຊ້ຄວາມຮ້ອນກັບໂທລະສັບດ້ວຍການເອົາເຂົ້າເຕົາອົມ.

ຂໍ້ຄວນປະຕິບັດ
  • ປິດເຄື່ອງທັນທີ ຖ້າເຄື່ອງປິດກໍ່ບໍ່ໃຫ້ເປີດ.
  • ຕັ້ງໂທລະສັບຂຶ້ນ.
  • ເອົາເຄສໂທລະສັບອອກ, ແກະແບັດເຕີລີອອກ, Micro SD Card, ແລະ Sim.
  • ໃຫ້ໃຊ້ຜ້າແຫ້ງເຊັດພາຍນອກໂທລະສັບ ແລະ ພະຍາຍາມຢ່າໃຫ້ນ້ຳໄຫຼໄປຫາສ່ວນຕ່າງໆ.
  • ໃຊ້ເຄື່ອງດູດຝຸ່ນ ດູດເອົານ້ຳອອກ.
  • ເອົາໂທລະສັບໄປຍັດເຂົ້າໄວ້ໃນຖັງເຂົ້າສານ ປະໄວ້ປະມານ 2 - 3 ມື້ ເຂົ້າຈະຊ່ວຍດູດຊຶມນ້ຳອອກໄດ້.
  • ລອງເອົາເຄື່ອງມາເປີດເບິ່ງຖ້າຫາກເປີດບໍ່ໄດ້ລອງເອົາສາຍສາກແບັດມາສຽບເບິ່ງ ຖ້າຫາກຍັງບໍ່ໄດ້ໃຫ້ເອົາໄປພົບຊ່າງກວດເຊັກເບິ່ງ.

ສຳລັບບົດຄວາມຂອງເຮົາຫວັງວ່າຈະສາມາດເປັນປະໂຫຍດໃຫ້ກັບຫຼາຍໆຄົນໄດ້

ไม่มีความคิดเห็น

ขับเคลื่อนโดย Blogger.