Header Ads

ຂໍ້ດີ ແລະ ຂໍ້ເສຍຂອງການຫຼິ້ນ Facebook

    


      ໃນປະຈຸບັນ Facebook ໄດ້ຮັບຄວາມນິຍົມກັນຢ່າງຫຼວງຫຼາຍ ເພາະ Facebook ເປັນເວບໄຊທ໌ ໃຫ້ບໍລິການດ້ານສັງຄົມອອນໄລນ໌ໃນໂລກຂອງອິນເຕີເນັດ  ໂດຍຜູ້ໃຊ້ສາມາດສ້າງໜ້າໂປຣໄຟລ໌, ອັບໂຫລດຮູບພາບ, ອັບເດດເຕຕັສ, ແບ່ງປັນຂໍ້ມູນຕ່າງໆ ແລະ ສາມາດຕິດຕໍ່ກັບໝູ່ຫຼາຍຄົນໃນໂລກອິນເຕີເນັດ  ສຳລັບການໃຊ້ Facebook ຈະມີທັງຂໍ້ດີ ແລະ ຂໍ້ເສຍດັ່ງນີ້:
++  ຂໍ້ດີ
1.  Facebook ເປັນການສ້າງເຄືອຂ່າຍ ແລະ ຈຸດໃຫ້ຄວາມຮູ້ດ້ານການສຶກສາ ຫາກໃຊ້ຢ່າງຖືກວິທີ.
2. ເຮັດໃຫ້ເຮົາບໍ່ຕົກຂ່າວ ສາມາດຮູ້ເຖິງເຫດການຕ່າງໆຂອງສັງຄົມ ຫຼື ບຸກຄົນທີ່ໃກ້ຊິດ
3. ເຮົາສາມາດສ້າງເຄືອຂ່າຍທາງສັງຄົມແລກປ່ຽນຂໍ້ມູນລະຫວ່າງກັນ ຫຼື ຜູ້ທີ່ມີເປົ້າໝາຍອັນດຽວກັນ ສາມາດເຮັດວຽກ 
     ຮ່ວມກັນໃຫ້ສຳເລັດໄດ້
4. ສາມາດສ້າງເພື່ອນແທ້ ຫຼື ຄົນທີ່ຮູ້ຈັກຫຼາຍຂຶ້ນທີ່ແທ້ຈິງໄດ້
5.  ເປັນບ່ອນທີ່ເອື້ອອໍານວຍຕໍ່ຜູ້ທີ່ມີບັນຫາໃນການປັບຕົວທາງສັງຄົມ ສ້າງເຄືອຂ່າຍທີ່ດີ ສ້າງຄວາມເຫັນອົກເຫັນໃຈ 
      ແລະ ໃຫ້ກໍາລັງໃຈແກ່ຜູ້ອື່ນ.

ຂໍ້ເສຍ 
1.  ເປັນເຄື່ອຂ່າຍທີ່ເຮັດໃຫ້ຜູ້ບໍ່ຫວັງດີຕໍ່ຄົນອື່ນສວຍໂອກາດ ຫຼອກລວງຄົນອື່ນ
2. ເພື່ອນທຸກຄົນສາມາດຂຽນຂໍ້ຄວາມຕ່າງໆລົງໄປໃນເຟສບຸກໄດ້ ບາງຂໍ້ມູນອາດເປັນຂໍ້ມູນທີ່ບໍ່ເໝາະສົມເຮັດໃຫ້ຜູ້ອ່ານ
    ຫຼົງເຊື່ອ ເກີດຄວາມຂັດແຍ້ງ ແລະ ບັນຫາຕາມມາພາຍຫຼັງ
3.  Facebook ອາດເປັນຊ່ອງທາງໃນການສ້າງສັງຄົມແຫ່ງການນິນທາ ຫຼື ການຫຍຸ້ງເລື່ອງສ່ວນຕົວຂອງຄົນອື່ນ
4.  ໃນການເປີດເຜີຍຂໍ້ມູນສ່ວນຕົວທັງໝົດໃຫ້ກັບບຸກຄົນພາຍນອກທີ່ຍັງບໍ່ທັນຮູ້ຈັກກັນດີພໍ ເຊັ່ນ: : ເພີ້ມຮູບຂອງ
      ຕົນເອງ ຫຼື ຮູບຂອງຄອບຄົວລົງອາດເຮັດໃຫ້ຄົນບໍ່ຫວັງດີສາມາດເອົາຂໍ້ມູນໄປອ້າງອ້າງຫຼືປອມແປງໄດ້
5.  ການຫຼິ້ນເຟສຫຼາຍເກີນໄປເຮັດໃຫ້ເສຍເວລາໃນການຮຽນ ຫຼື ເຮັດວຽກໄດ້
6.  Facebook ອາດເປັນແຮງຂັບເຄື່ອນໃຫ້ມີການພົບປະທາງສັງຄົມໃນໂລກປຫ່ງຄວາມຈິງໜ້ອຍລົງ  ເນື່ອງຈາກຮູ້
      ເຖິງການເຄື່ອນໄຫວ ຂອງຜູ້ທີ່ຢູ່ໃນເຄື່ອຂ່າຍຕະຫຼອດເວລາ

ไม่มีความคิดเห็น

ขับเคลื่อนโดย Blogger.